
ໃນວັນທີ 22 ທັນວາ 2025 ກົມການສຶກສາຊັ້ນສູງ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບການເອີ້ນຊື່ຕຳແໜ່ງຜູ້ບໍລິຫານຂັ້ນຕ່າງໆ ຂອງສະຖານການສຶກສາຊັ້ນສູງ, ການເຜີຍແຜ່ ແລະ ແນະນຳການສ້າງແຜນພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ 5 ປີ ຄັ້ງທີ X (2026-2030) ທີ່ ຫ້ອງປະຊຸມສູນໄອຊີທີ, ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ວິທະຍາຄານ ແລະ ສະຖາບັນແຫ່ງຕ່າງໆ ດ້ວຍຮູບແບບເຊິ່ງໜ້າ ແລະ ແບບອອນລາຍ ຊຶ່ງຈຸດປະສົງຂອງກອງປະຊຸມແມ່ນ:
1.ປຶກສາຫາລືການເອີ້ນຊື່ຕຳແໜ່ງຜູ້ບໍລິຫານຂັ້ນຕ່າງໆ ຂອງສະຖານການສືກສາຊັ້ນສູງ;
2.ເຜີຍແຜ່ ແລະ ແນະນຳການສ້າງແຜນພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ 5 ປີ ຄັ້ງທີ X (2026-2030).
