2
ພະແນກຄຸ້ມຄອງວິຊາການ ມີໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ, ສັງລວມແຜນພັດທະນາ ແລະ ຮ່ວມມືວຽກງານການຮຽນ-ການສອນຂອງສະຖານການສຶກສາຊັ້ນສູງ; 
2. ສ້າງ ແລະ ປັບປຸງນິຕິກຳຕ່າງໆ ເພື່ອຄຸ້ມຄອງວິຊາການ ຂອງສະຖານການສຶກສາຊັ້ນສູງ;
3. ຄົ້ນຄວ້າ ແລະ ຂໍອະນຸມັດການສ້າງຕັ້ງ ຫຼື ຍຸບເລີກ ຫົວໜ່ວຍການຈັດຕັ້ງ ທາງດ້ານວິຊາການຂອງສະຖານການສຶກສາຊັ້ນສູງ ໃນລະດັບກະຊວງສຶກສາທິການ ແລະ ກິລາຄຸ້ມຄອງ;
4. ຕິດຕາມການພັດທະນາສື່ການຮຽນ-ການສອນ, ປຶ້ມຕໍາລາ, ອຸປະກອນ ແລະ ເຄື່ອງມືການທົດລອງ ໃນສະຖານການສຶກສາຊັ້ນສູງທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ;
5. ຕິດຕາມການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ສະຖານການສຶກສາຊັ້ນສູງ;
6. ຄຸ້ມຄອງ ແລະ ຕິດຕາມນັກສຶກສາເຂົ້າຮຽນໃໝ່ ແລະ ຜູ້ສຳເລັດການສຶກສາ ຢູ່ສະຖານການສຶກສາຊັ້ນສູງ;
7. ຕິດຕາມສະຖານການສຶກສາຊັ້ນສູງ ຈັດຕັ້ງການຕິດຕາມຜູ້ສຳເລັດການສຶກສາ ແລະ ສໍາຫຼວດຜູ້ຊົມໃຊ້ແຮງງານ;
8. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດການຮ່ວມມືດ້ານວິຊາການລະຫວ່າງສະຖານການສຶກສາຊັ້ນສູງດ້ວຍກັນ ແລະ ລະຫວ່າງສະຖານການສຶກສາຊັ້ນສູງກັບພາກສ່ວນອຸດສາຫະກຳ, ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ; 
9. ຕິດຕາມ ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຫັນໃຫ້ເປັນເຈົ້າຕົນເອງທາງດ້ານວິຊາການ ພ້ອມທັງ ສົ່ງເສີມ ສະຖານການສຶກສາຊັ້ນສູງ ໃຫ້ຫັນເປັນສາກົນ; 
10. ຄົ້ນຄວ້າ ແລະ ນໍາສະເໜີຂໍອະນຸມັດນຳໃຊ້ ແລະ ຍຸບເລີກຫຼັກສູດຂອງສະຖານການສຶກສາຊັ້ນສູງ;
11. ຄົ້ນຄວ້າການຮັບຮູ້ວຸດທິການສຶກສາ, ຢັ້ງຢືນປະກາສະນີຍະບັດ ແລະ ເກັບກຳຂໍ້ມູນ ຜູ້ທີ່ສຳເລັດການສຶກສາຊັ້ນສູງທັງພາຍໃນ ແລະ ຕ່າງປະເທດ;
12. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
13. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
14. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.