
ພະແນກສົ່ງເສີມການຄົ້ນຄວ້າວິທະຍາສາດ ມີໜ້າທີ່ ດັ່ງນີ້ :
1. ຄົ້ນຄວ້າ ແລະ ສັງລວມແຜນພັດທະນາວຽກງານຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຂອງສະຖານການສຶກສາຊັ້ນສູງ;
2. ສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກຳ ເພື່ອຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການພັດທະນາເຕັກໂນໂລຊີ-ນະວັດຕະກໍາ ແລະ ການບໍລິການວິຊາການ, ການສ້າງຜູ້ປະກອບກິດຈະການ, ຊັບສິນທາງປັນຍາ ແລະ ຕໍາແໜ່ງວິຊາການຄູ ຂອງສະຖານການສຶກສາຊັ້ນສູງ;
3. ຄຸ້ມຄອງ ແລະ ຕິດຕາມການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຂອງສະຖານການສຶກສາຊັ້ນສູງ;
4. ຄຸ້ມຄອງ ແລະ ຕິດຕາມການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງສະຖານການສຶກສາຊັ້ນສູງ;
5. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດການຮ່ວມມືການຄົ້ນຄວ້າວິທະຍາສາດ ລະຫວ່າງ ສະຖານການສຶກສາຊັ້ນສູງດ້ວຍກັນ ແລະ ລະຫວ່າງ ສະຖານການສຶກສາຊັ້ນສູງກັບພາກສ່ວນອຸດສະຫະກຳພາຍໃນ ແລະ ຕ່າງປະເທດ;
6. ຕິດຕາມການໃຫ້ທຶນ ເພື່ອສະໜັບສະໜູນການຄົ້ນຄວ້າວິທະຍາສາດຂອງສະຖານການສຶກສາຊັ້ນສູງຈາກອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
7. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດຕຳແໜ່ງວິຊາການຄູຂັ້ນອາຈານ ແລະ ຜູ້ຊ່ວຍອາຈານ ຢູ່ສະຖານການສຶກສາຊັ້ນສູງ;
8. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
9. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.