
ຫ້ອງການສະພາການສຶກສາຊັ້ນສູງ ມີໜ້າທີ່ ດັ່ງນີ້ :
1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານສະພາການສຶກສາຊັ້ນສູງແຫ່ງຊາດ;
2. ສ້າງ ແລະ ປັບປຸງ ນິຕິກຳ ເພື່ອຄຸ້ມຄອງວຽກງານສະພາການສຶກສາຊັ້ນສູງແຫ່ງຊາດ;
3. ກະກຽມໃນການດຳເນີນກອງປະຊຸມສະໄໝສາມັນ ແລະ ກອງປະຊຸມສະໄໝວິສາມັນ ຂອງສະພາການສຶກສາຊັ້ນສູງແຫ່ງຊາດ;
4. ຄົ້ນຄວ້າ ແລະ ນຳສະເໜີຂໍອະນຸມັດແຕ່ງຕັ້ງຄະນະກຳມະການສະພາຂອງສະຖານການສຶກສາຊັ້ນສູງ;
5. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ ຢູ່ສະຖານການສຶກສາຊັ້ນສູງ ເພື່ອສະເໜີຕໍ່ສະພາການສຶກສາຊັ້ນສູງແຫ່ງຊາດ ພິຈາລະນາ ແລະ ຮັບຮອງ;
6. ຄົ້ນຄວ້າ ແລະ ນຳສະເໜີການຂໍອະນຸມັດຕຳແໜ່ງວິຊາການຄູຂັ້ນສາດສະດາຈານກຽດຕິຄຸນ ໃຫ້ແກ່ຄູປະຈຳຂອງສະຖານການສຶກສາຊັ້ນສູງ;
7. ຄົ້ນຄວ້າ ແລະ ນຳສະເໜີການສ້າງຕັ້ງ, ຍົກຖານະ, ໂຈະ, ໂຮມ, ແຍກ ຫຼື ຍຸບເລີກສະຖານການສຶກສາຊັ້ນສູງ;
8. ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບ ສະພາການສຶກສາຊັ້ນສູງແຫ່ງຊາດ ໃຫ້ສະມາຊິກ, ບັນດາສະຖານການສຶກສາຊັ້ນສູງ ແລະ ພາກສ່ວນທີ່ກ່ຽວຂ້ອງ;
9. ປະສານສົມທົບກັບບັນດາພະແນກພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
10. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.