ໃນວັນທີ 6 ມີນາ 2026 ທີ່ ເດີ່ນບານເຕະ Ferrari ໄດ້ມີການແຂ່ງຂັນກິລາມິດຕະພາບລະຫວ່າງກົມການສຶກສາຊັ້ນສູງ ແລະ ສະຖາບັນເຕັກໂນໂລຊີສຸດສະກະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ໄມຕີຈິດມິດຕະພາບ, ທັງເປັນການແລກປ່ຽນບົດຮຽນອັນດີຂອງນັກກິລາຊາວໜຸ່ມທັງສອງພາກສ່ວນ ແລະ ສ້າງຂະບວນການເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ.




