1

ພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນພັດທະນາວຽກງານພາຍໃນກົມ ແລະ ສະຖານການສຶກສາຊັ້ນສູງ; 
2. ຄົ້ນຄວ້າ, ສ້າງ ແລະ ປັບປຸງ ບັນດານິຕິກຳ ກ່ຽວກັບ ວຽກງານບໍລິຫານຂອງກົມ, ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ແລະ ສະຖານການສຶກສາຊັ້ນສູງພາກເອກະຊົນ; 
3. ເປັນເລຂານຸການ, ປະສານງານການນັດໝາຍ, ວຽກງານພິທີການ, ພົວພັນປະສານງານກັບພາກສ່ວນອື່ນທັງພາຍໃນກົມ ແລະ ພາຍນອກ ພ້ອມທັງ ຄຸ້ມຄອງຕາປະທັບຂອງກົມ;
4. ຄຸ້ມຄອງເອກະສານ, ອັດສຳເນົາ, ສົ່ງເອກະສານ ແລະ ແຈ້ງຂ່າວ ພາຍໃນກົມ;
5. ຄຸ້ມຄອງບັນຊີ, ງົບປະມານການເງິນ, ຊັບສິນ, ພາຫະນະ, ອຸປະກອນ ແລະ ອື່ນໆ ພາຍໃນກົມ;
6. ສັງລວມ ແລະ ສະເໜີແຜນງົບປະມານປະຈຳປີຂອງກົມ ພ້ອມທັງ ສະຫຼຸບລາຍຮັບ-ລາຍຈ່າຍ ໃນແຕ່ລະໄລຍະ;
7. ຄົ້ນຄວ້າການຂຽນຄູ່ມືວິທີການເຮັດວຽກ ແລະ ການກຳນົດຕຳແໜ່ງງານຂອງກົມ;
8. ຄົ້ນຄວ້າການບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ປົດຕຳແໜ່ງ ພະນັກງານ-ລັດຖະກອນຂອງກົມການສຶກສາຊັ້ນສູງ ແລະ ສະຖານການສຶກສາຊັ້ນສູງ ຕາມກົດໝາຍ ແລະ ລະບຽບການ;
9. ຄົ້ນຄວ້າ ແລະ ນຳສະເໜີການປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ມີຜົນງານ ແລະ ລົງວິໄນ ພະນັກງານ-ລັດຖະກອນຂອງກົມການສຶກສາຊັ້ນສູງ ແລະ ສະຖານການສຶກສາຊັ້ນສູງ ຕາມກົດໝາຍ ແລະ ລະບຽບການ;
10. ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຂອງກົມການສຶກສາຊັ້ນສູງ;
11. ຄົ້ນຄວ້າ, ນຳສະເໜີຂໍອະນຸມັດ ແລະ ຕິດຕາມການເລື່ອນຊັ້ນຂັ້ນເງິນເດືອນຂອງພະນັກງານ ແລະ ຄູສອນ ຂອງກົມການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລທີ່ຂຶ້ນກັບ;
12. ຄົ້ົ້ນຄວ້າປະກອບຄຳເຫັນຕໍ່ການສະເໜີ ຂໍສ້າງຕັ້ງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງສະຖານການສຶກສາຊັ້ນສູງ; 
13. ຄົ້ນຄວ້າ, ສັງລວມ ແລະ ສະເໜີແຜນຄວາມຕ້ອງການພະນັກງານພາຍໃນກົມ ແລະ ຄູສອນຂອງສະຖານການສຶກສາຊັ້ນສູງທີ່ຂຶ້ນກັບ; 
14. ສັງລວມສະຖິຕິພະນັກງານ-ລັດຖະກອນຂອງກົມ ແລະ ສະຖານການສຶກສາຊັ້ນສູງທີ່ຂຶ້ນກັບ;
15. ຄົ້ນຄວ້າ, ສັງລວມນຳສະເໜີຂໍອະນຸມັດຈັດສົ່ງພະນັກງານຂອງກົມ ແລະ ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໄປຍົກລະດັບໄລຍະສັ້ນ ແລະ ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ; 
16. ຄົ້ນຄວ້າ, ສະເໜີ ແລະ ຄຸ້ມຄອງຊ່ຽວຊານ ແລະ ອາສາສະໝັກທັງພາຍໃນ ແລະ ຕ່າງປະເທດ ທີ່ມາປະຈຳການຢູ່ກົມການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ;
17. ຕິດຕາມ ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຫັນໃຫ້ເປັນເຈົ້າຕົນເອງໃນການບໍລິຫານ-ຄຸ້ມຄອງທາງດ້ານການເງິນ ຂອງສະຖານການສຶກສາຊັ້ນສູງ; 
18. ເຂົ້າຮ່ວມກອງປະຊຸມສ່ອງແສງຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ;
19. ສະຫຼຸບ ແລະ ລາຍງານແຜນການເຄື່ອນໄຫວ ປະຈຳອາທິດ, ປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ ແລະ ປະຈຳປີຂອງກົມ;
20. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
21. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
22. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.