
ພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ມີໜ້າທີ່ ດັ່ງນີ້ :
1. ຄົ້ນຄວ້າ, ສັງລວມ ແລະ ສ້າງແຜນການກວດກາ, ຕິດຕາມ ແລະ ປະເມີນຜົນ ຂອງສະຖານການສຶກສາຊັ້ນສູງ;
2. ສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກຳ ເພື່ອກວດກາ, ຕິດຕາມ ແລະ ປະເມີນຜົນ ຂອງສະຖານການສຶກສາຊັ້ນສູງ;
3. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານພາຍໃນກົມ ແລະ ສະຖານການສຶກສາຊັ້ນສູງ;
4. ຕິດຕາມ ແລະ ປະເມີນຜົນວຽກງານການກໍ່ສ້າງ ແລະ ພັດທະນາຄູຢູ່ສະຖານການສຶກສາຊັ້ນສູງ;
5. ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບ ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຫຼັກສູດ ແລະຈັດຕັ້ງການຮຽນ-ການສອນລາຍວິຊາ ຂອງສະຖານການສຶກສາຊັ້ນສູງ;
6. ຕິດຕາມ ແລະ ປະເມີນຜົນໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການປະກັນຄຸນນະພາບຫຼັກສູດ ແລະ ການປະກັນຄຸນນະພາບພາຍໃນ ຂອງສະຖານການສຶກສາຊັ້ນສູງ;
7. ສ້າງ, ປັບປຸງ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນສະຖິຕິຂອງກົມ ແລະ ສະຖານການສຶກສາຊັ້ນສູງ;
8. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງຄູສອນ ຢູ່ສະຖານການສຶກສາຊັ້ນສູງ ຕາມລະບຽບການ;
9. ສົ່ງເສີມ ແລະ ຕິດຕາມ ລະບົບການຄຸ້ມຄອງ ແລະ ການພັດທະນາລະບົບເຄືອຂ່າຍໃນມະຫາວິທະຍາໄລທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ;
10. ສັງລວມ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ພັດທະນາເວັບໄຊຂອງກົມ;
11. ປະສານສົມທົບກັບບັນດາພະແນກ ແລະ ຫ້ອງການພາຍໃນກົມ ໃນການຈັດຕັ້ງປະຕິບັດວຽກງານ;
12. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
13. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.