New textlogo5

ກົມການສຶກສາຊັ້ນສູງ ຂຽນດ້ວຍຕົວອັກສອນຫຍໍ້ ‘‘ຊສ’’ ເປັນກົງຈັກບໍລິຫານ-ວິຊາການ ໃນໂຄງປະກອບການຈັດຕັ້ງ ຂອງກະຊວງສຶກສາທິການ ແລະ ກິລາ ຊຶ່ງມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ ເພື່ອກໍ່ສ້າງນັກວິຊາການ, ນັກວິຊາສະເພາະ, ນັກຄົ້ນຄວ້າ, ນັກວິທະຍາສາດ ແນໃສ່ຕອບສະໜອງຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະ.