Featured

 03

ໃນວັນທີ 08-10 ທັນວາ 2025 ຢູ່ ຫ້ອງປະຊຸມ, ມະຫາວິທະຍາໄລຈຳປາສັກໄດ້ຈັດກອງປະຊຸມຄັ້ງທີ 3 ຂອງ ໂຄງການ REAL, ເຊິ່ງເປັນໂຄງການຮ່ວມທຶນ (co-funded) ກັບສະຫະພາບເອີຣົບເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສູງສຶກສາຊັ້ນສູງ ໂດຍທ່ານ ປອ. ອຳມະນີ ນໍລິນ ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກ່າວເປີດ ແລະ ປະທານຮ່ວມ ທ່ານ ປອ. ນ. ພອນສະຫວັນ ເທບພະສຸລິນທອນ ຜູ້ອຳນວຍການ ມະຫາວິທະຍາໄລຈຳປາສັກ, ປະກອບມີ ອາຈານ, ນັກວິຊາການ ຈາກ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາວິທະຍາໄລສຸພານຸວົງ (ມຂ) ແລະ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ພ້ອມດ້ວຍຄູ່ຮ່ວມງານ ຈາກສະຖາບັນສະຫະພາບເອີຣົບ. ຈຸດປະສົງ ເພື່ອສືບຕໍ່ການຈັດຕັ້ງປະຕິບັດຕາມແຜນໂຄງການ 1. ລາຍງານຜົນສຳເລັດສຸດທ້າຍ ກ່ຽວກັບ Graduate Profiles ທີ່ໄດ້ຕອບສະໜອງຄວາມຕ້ອງການຂອງສັງຄົມລາວ ແລະ ເລື່ມການກະກຽມການປຶກສາຫາລືລະດັບຊາດກ່ຽວກັບທິດທາງແຜນການ ໃນການເພີ່ມມູນຄ່າ ຢູ່ໃນການສຶກສາຊັ້ນສູງໃຫ້ດີຂຶ້ນ, 2. ການປະເມີນຜົນຂອງການຮຽນຮູ້Programme Learning Outcomes ແລະ ຜົນໄດ້ຮັບຈາກການຮຽນຮູ້ຂອງຫຼັກສູດ, ພ້ອມທັງໄດ້ຈັດການຝຶກອົບຮົມສ້າງຄວາມຮັບຮູ້ ເປັນຄັ້ງທຳອິດກ່ຽວກັບ ການປະເມີນໜ້າວຽກຂອງນັກຮຽນ student workload. 3. ສາຍທີ 3 ໃນຫົວຂໍ້ທີ 3: ໄດ້ສັງລວມເອົາຜົນຄວາມຄືບໜ້າ ຈາກທິມງານທີ່ໄດ້ສົນທະນາຄົ້ນຄວ້າ ຢູ່ໃນສາຍທີ 1ແລະສາຍທີ2 ກ່ຽວກັບ “ວິທີການດຶງດູດນັກຮຽນໃຫ້ມີສ່ວນຮ່ວມໃນການຮຽນຮູ້ ແລະ ຮັບມືຂອງນັກສຶກສາ ແລະ ນຳເອົາຫຼັກການຮຽນຮູ້ແບບເຊິງລຸກ ເພື່ອອອກແບບ ແລະ ການຈັດສອນສິດສອນຢູ່ຫຼັກສູດ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກັບບັນດາຜູ້ຈ້າງງານ ແລະຜູ້ປະກອບການອື່ນໆ ກ່ຽວກັບການຄວາມເປັນໄປໄດ້ ແລະ ວິທີການຮ່ວມມືກັບສະຖາບັນການສຶກສຶກສາ ເພື່ອຊ່ວຍກັນປັບປຸງຄະນະພາບຫຼັກສູດການຮຽນ-ການສອນ ແລະ ກະທັດຮັດ. ກອງປະຊຸມໄດ້ຈັດຂື້ນເປັນເວລາ 3 ວັນ ແລະ ປິດລົງໃນວັນທີ 11 ທັນວາ 2025 ທີ່ມະຫາວິທະຍາໄລຈຳປາສັກ.

04