Featured

ກອງ​ປະ​ຊຸມ​ເປີດ​ໂຄງ​ການ RESET: Redefining research management structures and research career development to accelerate Green Growth in Lao PDR ຄັ້ງ​ປະ​ຖົມ​ມະ​ເລິກ ໃນ​ວັນ​ທີ 4-6/3/2026, ທີ່​ ມະຫາວິທະຍາໄລຈຳປາສັກ, ແຂວງຈຳປາສັກ.
ໂຄງການດັ່ງກ່າວ ມີເປົ້າໝາຍເພື່ອປັບປຸງ​ການ​ຄຸ້ມ​ຄອງວຽກ​ງານ​ການ​ຄົ້ນ​ຄ້​ວາ​ວິທະຍາສາດ ແລະ ການ​ພັດ​ທະ​ນາ​ເສັ້ນທາງອາຊີບ​ ຂອງນັກ​ຄົ້ນ​ຄ​ວ້າ​ເພື່ອ​ສົ່ງເສີມການເຕີບ​ໂຕ​ສີ​ຂຽວໃນ ສ​ປ​ປ ລາວ.
ໃນກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຈຸດປະສົງ, ອົງປະກອບ ແລະ ແຜນງານ ຂອງ ໂຄງ​ການ ຮ່ວມກັນ ລະຫວ່າງຄະນະຮັບຜິດຊອບ ຈາກມະຫາວິທະຍາໄລຄູ່ຮ່ວມຂອງໂຄງການ ຊຶ່ງປະກອບມີ 5 ມະຫາວິທະຍາໄລຈາກ ສປປ ລາວ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ 3 ຄູ່ຮ່ວມຈາກເອີຣົບ: University of Alicante, Spain, Freiburg University, Germany ແລະ CESIE, Italy.
ໂຄງການ RESET ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ຜ່ານແຜນງານ Eramus+

1

2

3

4