ໃນວັນທີ 23 ມີນາ 2026 ຢູ່ທີ່ຫ້ອງປະຊຸມຂອງກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບ OBE, IQA ແລະ LOs ໃຫ້ແກ່ພະນັກງານຂອງກົມການສຶກສາຊັ້ນສູງ ແລະ ພາກສ່ວນທີ່ກ່ຽວຂ້ອງ ພາຍໃຕ້ການເປັນປະທານຂອງທ່ານ ປອ. ອຳມະນີ ນໍລິນ ຮອງຫົວໜ້າກົມການສຶກສາຊັ້ນສູງ

ເຊິ່ງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ OBE (Outcome-Based Education) ທີ່ເນັ້ນໃສ່ຜົນການຮຽນຂອງນັກສຶກສາເປັນຫຼັກໃນສາຍການສຶກສາຊັ້ນສູງ, ຄວາມໝາຍ ແລະ ຜົນປະໂຫຍດຂອງ LOs (Learning Outcomes) ຜົນການຮຽນຮູ້ສໍາລັບນັກສຶກສາ ພາຍຫຼັງສິ້ນສຸດການຮຽນໃນແຕ່ລະລະດັບ ແລະ IQA (Internal Quality Assurance) ການປະກັນຄຸນນະພາບພາຍໃນ ເພື່ອຕິດຕາມວ່າການບໍລິຫານ, ການສອນ, ແລະ ການບໍລິການຕ່າງໆ ເປັນໄປຕາມມາດຕະຖານທີ່ກຳນົດໄວ້ ຫຼື ບໍ່ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມວ່າ ຫຼັກສູດ ແລະ ການຮຽນ-ການສອນມີຄຸນນະພາບຢ່າງຕໍ່ເນື່ອງ ໂດຍການຝຶກອົບຮົມດັ່ງກ່າວ ແມ່ນໄດ້ຮັບການບັນຍາຍ ໂດຍຊ່ຽວຊານຂອງໂຄງການ REAL.





