Featured

 1

ໃນລະຫວ່າງວັນທີ 26-29 ສິງຫາ 2026 ທ່ານ ຮສ.ປອ. ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກ່າວເປີດກອງປະຊຸມຄັ້ງທີ 2 ຂອງ ໂຄງການ REAL, ເຊິ່ງເປັນໂຄງການຮ່ວມທຶນ (Co-Funded) ກັບສະຫະພາບເອີຣົບເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສູງສຶກສາຊັ້ນສູງ. ໂຄງການ REAL ມີຈຸດປະສົງເພື່ອປະຕິຮູບການສຶກສາຊັ້ນສູງ ຂອງ ສປປ ລາວ ໂດຍການປູກຝັງວັດທະນະທໍາການປະກັນຄຸນະພາບພາຍໃນທີ່ຈໍາເປັນສໍາລັບການຈັດຕັ້ງປະຕິບັດແນວທາງການສຶກສາແບບອີງໃສ່ຜົນຮັບການຮຽນເປັນຫຼັກ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມປະກອບມີ ນັກວິຊາການທັງໝົດ 17 ທີມ ຈາກ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາວິທະຍາໄລສຸພານຸວົງ (ມສ) ແລະ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ປຶກສາຫາລືແລກປ່ຽນຜົນໄດ້ຮັບຈາກການລົງເກັບກໍາຂໍ້ມູນຈາກ ນັກສຶກສາ, ອາຈານ, ສິດເກົ່າ ແລະ ຜູ້ຈ້າງງານ ຈໍານວນຫຼາຍກວ່າ 2000 ຄົນ ໃນທົ່ວປະເທດ, ລາຍງານການທວນຄືນ ແລະ ປັບປຸງການຂຽນຜົນຮັບການຮຽນຂອງຫຼັກສູດ, ແລະ ການທົດລອງສອນທີ່ເນັ້ນສ້າງຄວາມກະຕືລືລົ້ນໃຫ້ກັບນັກສຶກສາ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກັບບັນດາຜູ້ຈ້າງງານ ແລະ ສິດເກົ່າ ກ່ຽວກັບການຄວາມເປັນໄປໄດ້ ແລະ ວິທີການຮ່ວມມືກັບສະຖາບັນການສຶກສຶກສາ ເພື່ອຊ່ວຍກັນປັບປຸງຄະນະພາບຫຼັກສູດການຮຽນ-ການສອນ ແລະ ຮັດປະກັນໄດ້ວ່ານັກສຶກສາທີ່ຈົບອອກໄປຈະມີຄວາມຮູ້ ແລະ ທັກສະທີ່ຕະຫຼາດແຮງງານຕ້ອງການ.
2
3
4
5